ນັບແຕ່ມື້ນີ້ເປັນຕົ້ນໄປ ກັບການສ້ອມແປງໂທລະສັບມືຖື ທີ່ສູນບໍລິການແບບໃຫມ່ຂອງລາວໂມບາຍກຣຸບ ບໍ່ຈຳເປັນຕ້ອງລໍຖ້າເປັນເດືອນ ອີກແລ້ວ, ພວກເຮົາພ້ອມແລ້ວ ກັບການບໍລິການລູກຄ້າ ໃນຮູບແບບທີ່ທັນສະໄຫມ ວ່ອງໄວ ແລະທັນໃຈທີ່ສຸດ ໃນການສ້ອມແປງ ໂທລະສັບມືຖືຂອງທ່ານ ເພາະພວກເຮົາມີນາຍຊ່າງຜູ້ຊ່ຽວຊານ ທີ່ມີຈັນຍາບັນ ແລະ ປະສົບການມາຫລາຍກວ່າ 10 ປີ, ນອກຈາກນັ້ນ ຍັງມີຜູ້ໃຫ້ບໍລິການເສີມ ທາງດ້ານໂປຣແກຣມ ທີ່ເປັນມືອາຊີບ ມາຈາກສູນເພື່ອຕອບສະຫນອງໂດຍກົງ
ພິເສດສຳລັບໂທລະສັບມືຖືຍີ່ຫໍ້ຊຳຊຸງ (SAMSUNG) ທ່ານສາມາດນັ່ງລໍຖ້າຮັບໄດ້ເລີຍ ຫລືຊ້າສຸດແມ່ນບໍ່ເກີນ 24 ຊົ່ວໂມງ ພ້ອມຮັບປະກັນອາໄຫລ່ທີ່ປ່ຽນເຖິງ 2 ເດືອນ ນັບວ່າສູງສຸດໃນປັດຈຸບັນ. ການສ້ອມແປງພາຍໃນ 24 ຊົ່ວໂມງແມ່ນ ທົດລອງໃຫ້ບໍລິການ ສະເພາະສຳນັກງານໃຫຍ່ ນະຄອນຫລວງວຽງຈັນ
ไม่มีความคิดเห็น:
แสดงความคิดเห็น